ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດອິນເດຍ


   ວັນທີ 31 ພຶດສະພາ 2023 ນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພັນເອກ ດີລາຊກອດຊ໌ວານ ທີ່ປຶກສາທູດປ້ອງກັນຊາດອິນເດຍ ວ່າການ ສປປ ລາວ ປະຈໍາ ຮາໂນ້ຍ. ໂອກາດນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ພັນເອກ ດີລາຊກອດຊ໌ວານ ທີ່ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດອິນເດຍ ວ່າການ ສປປ ລາວ ປະຈໍາ ຮາໂນ້ຍ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ- ອິນເດຍ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນ ຮ່ວມມືລະຫວ່າງສອງກອງທັບ ລາວ-ອີນເດຍ ໃຫ້ນັບມື້ຮັດແໜ້ນແຟ້ນຍິ່ງໆຂຶ້ນ. ທ່ານ ພົນຕີ ຈັນທອງ ສອນ ຕະອາດ ໄດ້ຖືໂອກາດນີ້ຕາງໜ້າໃຫ້ແກ່ຄະນະນຳກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານ ກໍຄືກອງທັບອິນ ເດຍ ທີ່ໃຫ້ການ ຊ່ວຍເຫຼືອທາງດ້ານທຶນການສຶກສາໃຫ້ ແກ່ພະນັກງານ-ນັກຮົບ ກອງທັບປະຊາຊົນລາວໃນໄລຍະຜ່ານມາ. ໂອກາດດຽວກັນນີ້, ທ່ານ ພັນເອກ ດີລາຊກອດຊ໌ວານ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ແລະ ໃຫ້ຄຳ ໝັ້ນສັນຍາວ່າຈະສຸມທຸກສະຕິປັນຍາຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງກອງທັບ ອິນເດຍ-ລາວ ໃຫ້ມີບາດ ກ້າວອັນໃໝ່ ແລະ ໃນວັນດຽວກັນນີ້, ທ່ານ ພັນເອກ ດີລາຊກອດຊ໌ວານ ຍັງໄດ້ເຂົ້າພົບ ທ່ານ ພົນຈັດຕະວາ ບຸນເດື່ອງ ພັນສົດໃສ ຫົວໜ້າກົມພົວພັນຕ່າງປະ ເທດ ກະຊວງປ້ອງກັນປະເທດ ຕື່ມອີກ.

ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 08/06/2023